ຂໍຕ້ອນຮັບທ່ານເຂົ້າສູ່ເວັບໄຊ ບໍ​ລິ​ສັດ​ຫຼັກໄຊ ພັດທະນາຊັບ​ສີນ ຈຳ​ກັດ ຜູ້​ດຽວ

ສະບາຍດີ ພວກເຮົາບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຈໍາກັດຜູ້ດຽວ ໄດ້ຮັບເປັນຜູ້ຈັດການປະມູນທີ່ດິນໃຫ້ ກັບ ບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ.

ຂໍຖືໂອກາດນີ້ແຈ້ງເຊີນມາຍັງ ບຸກຄົນ, ນິຕິບຸກຄົນ, ບໍລິສັດຕ່າງໆ ຜູ້ທີ່ມີຄວາມສາມາດ ແລະ ຄຸນວຸດທິ ເຂົ້າຮ່ວມການແຂງຂັນປະມູນຊັບສິນທີ່ດິນ ເຊິ່ງລາຍລະອຽດຕາມແຈ້ງການ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຈໍາກັດ                                 ເລກທີ  007/ຫຼຊພສ  

                                                ນະຄອນຫຼວງວຽງຈັນ, ລົງວັນທີ 26 ຕຸລາ 2020    

ໜັງສືແຈ້ງເຊີນປະມູນ

                          ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ.

                          ເລື່ອງ: ການປະມູນຂາຍຊັບສິນທີ່ດິນ ຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ.

  • ອີງຕາມ ໜັງສືແຈ້ງຕອບຮັບຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ ທີ່ໄດ້ເລືອກເອົາບໍລິສັດ ຫຼັກໄຊ ພັດທະນາຊັບສິນເປັນຜູ້ດໍາເນີນການປະມູນ ການໂອນກໍາມະສິດນໍາໃຊ້ທີ່ດິນຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ ສະບັບເລກທີ 1216/2019, ລົງວັນທີ 26 ຕຸລາ 2020;

ບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນທີ່ດິນ ຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ, ເຊິ່ງເປັນການປະມູນແບບເປີດກວ້າງພາຍໃນ ເນື້ອໃນລາຍລະອຽດຂອງຊັບສິນມີດັ່ງນີ້:  ຊັບສິນຕັ້ງຢູ່ ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເນື້ອທີ່ດິນທັງໝົດ: 3,363 ຕາແມັດ, ໃບອະນຸຍາດນໍາໃຊ້ດິນເລກທີ 173, ເປັນດິນຫວ່າງເປົ່າ. ລາຄາຂອງການປະມູນເລີ່ມຕົ້ນທີ່ 16,252,000,000 ກີບ(ສິບຫົກຕື້ສອງຮ້ອຍຫ້າສິບສອງລ້ານກີບ).

ການຂາຍຊອງປະມູນແມ່ນເລີ່ມແຕ່ວັນທີ 26 ຕຸລາ 2020 ຈົນຮອດວັນທີ 11 ພະຈິກ 2020(ວັນ ແລະ ເວລາລັດຖະການ 08:00-16:00 ໂມງແລງ), ລາຄາຊອງປະມູນ 1,000,000 ກີບ/ຊອງ, ເງິນມັດຈໍາສໍາລັບຜູ້ເຂົ້າຮ່ວມແມ່ນ 15% ຂອງລາຄາທີ່ວາງໄວ້, ເຊິ່ງເງິນມັດຈໍາແມ່ນໃຫ້ສົ່ງໃນມືສົ່ງຊອງປະມູນ. ທາງບໍລິສັດ ຫຼັກໄຊ ພັດທະນາຊັບສິນຈະໄດ້ຈັດການເປີດຊອງປະມູນ ໃນວັນທີ 12 ພະຈິກ 2020 ດ້ວຍຮູບການປະມູນແບບປິດຊອງລະອຽດ ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ຫ້ອງການ ຂອງບໍລິສັດຫຼັກໄຊ.

        ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຮັບຊາບ.

                                                           ອໍານວຍການ ບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຈໍາກັດຜູ້ດຽວ

ທ່ານ ຄໍາໄຊ ບຸນມີສີດາວົງ

  • ເບີໂທຕິດຕໍ່ພົວພັນ

ຫ້ອງການບໍລິສັດ ຫຼັກໄຊ ພັດທະນາຊັບສິນ

ທ່ານ ນາງ ນິລະດາ ແພງເມືອງ 020 7893 5165

ທ່ານ ນາງ ສິມມະລີ ສີຫາໂຄດ 020 9857 7322

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຈໍາກັດ                                                          ເລກທີ  011/ຫຼຊພສ  

                                                                      ນະຄອນຫຼວງວຽງຈັນ, ລົງວັນທີ 5 ທັນວາ 2020    

ໜັງສືແຈ້ງເຊີນປະມູນ

                          ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ.

                         ເລື່ອງ: ສືບຕໍ່ ການປະມູນຂາຍຊັບສິນທີ່ດິນ ຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ (ຄັ້ງທີສາມ).

  • ອີງຕາມ ໜັງສືແຈ້ງຕອບຮັບຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ ທີ່ໄດ້ເລືອກເອົາບໍລິສັດ ຫຼັກໄຊ ພັດທະນາຊັບສິນເປັນຜູ້ດໍາເນີນການປະມູນ ການໂອນກໍາມະສິດນໍາໃຊ້ທີ່ດິນຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ ຈໍາກັດ ສະບັບເລກທີ 1216/2019, ລົງວັນທີ 26 ຕຸລາ 2020;
  • ອີງຕາມ: ແຈ້ງການສືບຕໍ່ ການປະມູນຊັບສິນທີ່ດິນ (ຄັ້ງທີສາມ) ຂອງ ບໍລິສັດ ເປໂຕຣຫວຽດນາມ ອອຍ ລາວ ຈໍາກັດ ລົງວັນທີ 4/12/2020.

ບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນທີ່ດິນ ຂອງບໍລິສັດ ເປໂຕຣ ຫວຽດນາມ ອອຍ ລາວ, ເຊິ່ງເປັນການປະມູນແບບເປີດກວ້າງພາຍໃນ ເນື້ອໃນລາຍລະອຽດຂອງຊັບສິນມີດັ່ງນີ້:  ຊັບສິນຕັ້ງຢູ່ ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເນື້ອທີ່ດິນທັງໝົດ: 3,363 ຕາແມັດ, ໃບອະນຸຍາດນໍາໃຊ້ດິນເລກທີ 173, ເປັນດິນຫວ່າງເປົ່າ. ລາຄາຂອງການປະມູນເລີ່ມຕົ້ນທີ່ 13,815,000,000 ກີບ(ສິບສາມຕື້ແປດຮ້ອຍສິບຫ້າລ້ານກີບ).

ການສືບຕໍ່ຂາຍຊອງປະມູນ (ຄັ້ງທີສາມ) ແມ່ນເລີ່ມແຕ່ວັນທີ 07 ທັນວາ 2020 ຈົນຮອດວັນທີ 24 ທັນວາ 2020 (ວັນ ແລະ ເວລາລັດຖະການ 08:00-16:00 ໂມງແລງ), ລາຄາຊອງປະມູນ 1,000,000 ກີບ/ຊອງ, ເງິນມັດຈໍາສໍາລັບຜູ້ເຂົ້າຮ່ວມແມ່ນ 15% ຂອງລາຄາເລີ່ມຕົ້ນ, ເຊິ່ງເງິນມັດຈໍາແມ່ນໃຫ້ສົ່ງໃນມືສົ່ງຊອງປະມູນ. ທາງບໍລິສັດ ຫຼັກໄຊ ພັດທະນາຊັບສິນຈະໄດ້ຈັດການເປີດຊອງປະມູນ ໃນວັນທີ 25 ທັນວາ 2020 ຢູ່ທີ່ຫ້ອງການບໍລິສັດ ຫຼັກໄຊ, ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ລາຍລະອຽດແມ່ນໃຫ້ຕິດຕໍ່ ແລະ ຊື້ຊອງປະມູນໄດ້ ທີ່ຫ້ອງການ ຂອງບໍລິສັດຫຼັກໄຊ.

        ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຮັບຊາບ.

                                                                                                                              ອໍານວຍການ ບໍລິສັດ ຫຼັກໄຊ ພັດທະນາຊັບສິນ ຈໍາກັດຜູ້ດຽວ

  • ເບີໂທຕິດຕໍ່ພົວພັນ

ຫ້ອງການບໍລິສັດ ຫຼັກໄຊ ພັດທະນາຊັບສິນ                                                                            ທ່ານ ຄໍາໄຊ ບຸນມີ ສີດາວົງ

ທ່ານ ນາງ ນິລະດາ ແພງເມືອງ 020 7893 5165

ທ່ານ ນາງ ສິມມະລີ ສີຫາໂຄດ 020 9857 7322