ຂໍຕ້ອນຮັບທ່ານເຂົ້າສູ່ເວັບໄຊ ບໍ​ລິ​ສັດ​ຫຼັກໄຊ ພັດທະນາຊັບ​ສີນ ຈຳ​ກັດ ຜູ້​ດຽວ

 

ບໍ​ລິ​ສັດ​ຫຼັກໄຊ ພັດທະນາຊັບ​ສີນ ຈຳ​ກັດ ຜູ້​ດຽວ

ພວກ​ເຮົາ​ແມ່ນ​ໃຜ

ບໍ​ລິ​ສັດ​ຫຼັກໄຊ ພັດທະນາ​ຊັບ​ສີນ ຈຳ​ກັດ ຜູ້​ດຽວ, ພວກ​ເຮົາຍິນດີໃຫ້​ການ​ບໍ​ລິ​ການອັນ​ດັບ​ຫນຶ່ງ​ທີ່​ມີ​ລາຍ​ລະ​ອຽ ດ​ໃຫ້​ແກ່​ລູກ​ຄ້າ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກ່ຽວ​ກັບ​ການ​ເຊົ່າ, ຊື້, ແລະ ຂາຍ ຊັບ​ສິນ​ທີ່​ດິນ​ຕ່າງໆ. ໂດຍ​ລູກ​ຄ້າ​ທີ່​ຊອກ​ຫາ​ຕະ​ຫຼາດ​ຂອງ​ການ​ພັດ​ທະ​ນາ​ອະ​ສັງ​ຫາ​ລິ​ມະ​ ຊັບ, ການ​ບໍ​ລິ​ການ​ທີ່​ປຶກ​ສາ, ກັບ​ທີ່​ປຶກ​ສາ​ທາງ​ດ້ານກົດ​ຫມາຍ​ແມ່ນ​ຜົນ​ປະ​ໂຫຍດ​ທີ່​ພວກ​ເຮົ າ​ສະ​ຫນອງ​ໃຫ້​ແກ່​ລູກ​ຄ້າໄດ້.

ດ້ວຍ​ທີມ​ງານ​ທີ່​ເປັນ​ມື​ອາ​ຊີບ​ຂອງ​ພວກ​ເຮົາ, ພວກ​ເຮົາ​ສະ​ຫນອງ​ໃຫ້​ລູກ​ຄ້າ​ບັນ​ດາ​ແນວ​ຄວາມ​ຄິດ ແລະ ວິ​ທີ​ການ​ສະ​ເພາະ​ທີ່​ເປັນ​ເອ​ກະ​ລັກ​ເຊິ່ງ​ເຮັດ​ໃຫ້​ການ​ບໍ​ລິ​ການ​ ຂອງ​ພວກ​ເຮົາ​ໄດ້​ຕາ​ມາດ​ຖານ​ສາ​ກົນ. ດ້ວຍ​ເຄືອ​ຄ່າຍ​ທີ່​ຫຼາກ​ຫຼາຍ, ພວກ​ເຮົາ​ຍັງ​ສາມາດໃຫ້​ທາງ​ເລືອກ​ໃນ​ການ​ຊື້​ທີ່​ດິນ​​ ແລະ ດິນທີ່ມີ​ສິ່ງ​ປຸກ​ສ້າງ​ມາ​ພ້ອມ. ການ​ບູ​ລະ​ນະ​ສ້ອມ​ແປງ, ການ​ຂະ​ຫຍາຍ ຫຼື ການ​ປັບ​ປຸງ​ອາດ​ເປັນ​ສິ່ງ​ທີ່​ເພີ່ມ​ເຕີມ​ເຂົ້າ​ໃນ​ບັນ​ດາທາງ​ເລື ອກດັ່ງ​ກ່າວ.

ພວກ​ເຮົາ​ສູ້​ຊົນ​ເພື່ອເຮັດ​ໃຫ້​ໄດ້​ລື່ນ​ຄວາມ​ຄາດ​ຫມາຍ​ຂອງ​ລູກ​ ຄ້າ​ເມື່ອ​ເລືອກ​ໃຊ້ການ​ບໍ​ລິ​ການຂອງພວກເຮົາ ຕັ້ງແຕ່​ພື້ນ​ຖານ​ໄປ​ຈົນ​ເຖິງ​ການ​ບໍ​ລິ​ການ​ສະ​ເພາະ​ຕາມ​ຄວາມ​ຕ້ອ ງ​ການ​ຂອງ​ລູກ​ຄ້າ. ພວກເຮົາມີເຄື່ອງມືທາງເທັກໂນໂລຊີ ໃຫ້ແກ່​​ຜູ້​ຊົມ​ໃຊ້​ທີ່​ເປັນ​ມິດ, ພວກ​ເຮົາ​ສະ​ເຫນີ​ບັນ​ດາ​ທາງ​ເລືອກ​ໃຫ້​ແກ່​ລູກ​ຄ້າ​ເພື່ອ​ໃຫ້​ເ ຂົ້າ​ເຖິງ​ການນຳ​ໃຊ້​ເຄື່ອງ​ມືໄດ້​ຢ່າງ​ງ່າຍ​ດາຍ ເຊັ່ນ ເວັບ​ໄຊ​ຫນ້າ​ຫຼັກ, ຊ່ອງ​ຢູ​ທູບ, ອີ​ເມວ, ວີ​ແຊດ, ອິນ​ສະ​ຕ​ຮາ​ແກຼມ, ວອດ​ແອບ, ລາຍ, ທະ​ວິດ​ເຕີ, ພິນ​ເຕີ​ເຣ​ສ ກໍ​ຄື “Vlogs.”

ບໍລິສັດຫຼັກໄຊເກີດມາຈາກປະສົບການ ແລະ ທີມງາມທີ່ມີຄວາມມັກຮັກ ແລະ ຊຳນິຊຳນານໃນດ້ານການພັດ ທະນາທີ່ດິນ ແລະ ອະສັງຫາລິມາຊັບ. ທີ່ຜ່ານມາກິດຈະການອື່ນໆ ຂອງພວກເຮົາມີການຕິດພັນກັບ ທຸລະກິດພັດທະນາທີ່ດິນຫລາຍກວ່າ5ປີ ສະນັ້ນຕັ້ງແຕ່ປີ2019ເປັນຕົ້ນມາພວກເຮົາຈຶ່ງຜັນມາເປັນ ທຸລະກິດເຕັມ ຮູບແບບທີ່ທັນສະໄຫມ, ມີຄວາມຊ່ຽວຊານ ແລະ ບໍລິການວ່ອງໄວ ເພື່ອມາບໍລິການໃຫ້ລູກຄ້າພາຍໃນ ແລະ ຕ່າງປະເທດ ແລະ ພັດທະນາຂະແໜງການດັ່ງກ່າວຢ່າງເຕັມທີ່.

ພາ​ລະ​ກິດ

ບັນ​ດາ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ຖື​ເປັນ​ບຸ​ລິ​ມະ​ສິດ. ພວກ​ເຮົາ​ກຳ​ນົດ​ມາດຕະ​ຖານ​ສາ​ກົນ​ໃນການ​ບໍ​ລິ​ການທີ່ມີ ຄວາມຊຳນິຊຳນານ. ເປົ້າ​ຫມາຍ​ຂອງ​ພວກ​ເຮົາ​ແມ່ນ ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທ່ານດ້ວຍ​ການ​ໃຫ້​ຄວາມ​ໂປ່ງ​ໃສ​ໃນ ການບໍລິການຂອງ​ພວກ​ເຮົາ.

ທັດ​ສະ​ນະ​ວິ​ໄສ

ພວກ​ເຮົາ​ມີ​ຈຸດ​ປະ​ສົງ​ໃຫ້​ການ​ບໍ​ລິ​ການ​ອັນ​ດັບ​ຫນຶ່ງ​ໃຫ້​ແກ່​ ລູກ​ຄ້າ​ແຕ່​ລະ​ຄົນ. ພວກ​ເຮົາ​ຢາກ​ເປັນ​ສະ​ຖານ​ທີ່​ທີ່​ດີ​ທີ່​ສຸດ​ທີ່​ລູກ​ຄ້າ​ສາ​ມາດ ​ໄວ້​ວາງ​ໃຈ​ໄດ້.